ປະຫວັດຫຍໍ້ຜູ້ດຳເນີນທຸລະກິດ

ນ. ດວງມາລາ ທໍ່

ທີ່ຢູ່: ບ້ານ ສີໂພນໄຊ, ເມືອງ ແປກ, ແຂວງ ຊຽງຂວາງ
ເບີໂທ: 020 55678940, ອີເມວ: xpt.duangmala@gmail.com
ລະດັບການສຶກສາ:

ຫົວຂໍ້ທີ່ເຄີຍຝຶກອົບຮົມ (ທີ່ກ່ຽວຂ້ອງກັບທຸລະກິດ ແລະ ມີປະໂຫຍດຕໍ່ທຸລະກິດຂອງທ່ານ):
1. ການພັດທະນາບຸກຄະລິກກະພາບ
2. ການຕະຫຼາດ, ການໂຄສະນາສິນຄ້າ.
3. ການຜະລິດ, ການຫຸ້ມຫໍ່ສິນຄ້າຂອງ ສປ ຈີນ.

ປະສົບການດຳເນີນທຸລະກິດ: ຄ້າຂາຍທົ່ວໄປ ແລະ ການເຮັດຊາ, ການປຸງແຕ່ງຊາ ພູສັນ ແຂວງຊຽງຂວາງຫຼາຍສິບປີ.

ຂໍ້ມູນໂດຍລວມຂອງທຸລະກິດ

ຊື່ທຸລະກິດ (ໃຫ້ຖືກກັບທະບຽນທຸລະກິດ): ນ. ດວງມາລາ ທໍ່ ປຸງແຕ່ງຊາພູສັນ ສ່ວນບຸກຄົນ.
ປະເພດທຸລະກິດ: ວິສະຫະກິດສ່ວນບຸກຄົນ.
ໃບຢັ້ງຢືນດຳເນີນທຸລະກິດ: ເລກທີ1076/09
ດຳເນີນທຸລະກິດ ໃນປີ: 2011
ຈົດທະບຽນທຸລະກິດ ວັນທີ: 15/07/2015 ເລກທີທະບຽນ 0306/ຈທວ
ທີ່ຢູ່ (ຂອງທຸລະກິດ): ບ້ານ ສີໂພນໄຊ, ເມືອງ ແປກ, ແຂວງ ຊຽງຂວາງ.

ປະຫວັດຄວາມເປັນມາ

ປະຫວັດຄວາມເປັນມາ: ແຕ່ປີ 2010 ຂ້າພະເຈົ້າໄດ້ມີພໍ່ສ່ຽວຄົນຈີນທີ່ຮູ້ຈັກກັນມາຫຼາຍປີເອົາຊາມາຂົ້ວ, ຂ້າພະເຈົ້າເລີຍຖາມລາຍລະອຽດແລ້ວໄປເກັບຊື້ມາຂາຍໃຫ້ພໍ່ຄ້າໄດ້ມື້ລະ 10-20 ໂລ, ຫຼັງຈາກນັ້ນໄດ້ລະດົມປະຊາຊົນຮັກສາຕົ້ນຊາຈົນຂະຫຍາຍຫຼາຍຂື້ນມາເລື້ອຍໆ. ມາຮອດປີ 2014 ຂ້າພະເຂົ້າຈຶ່ງຕັດສິນໃຈສ້າງໂຮງອົບຂື້ນມາເປັນຂອງຕົນເອງ ເພື່ອຈະເກັບຊື້ ແລະ ຜະລິດເອງ ແລ້ວຈຶ່ງຂາຍອອກໃຫ້ຄົນຈີນຕໍ່ຈົນຊາພູສັນເລີ່ມມີຊື່ສຽງ ແລະ ທາງຂັ້ນເທິງກໍ່ໄດ້ລົງມາຊ່ວຍຊຸກຍູ້-ສົງເສີມຕື່ມເຮັດໃຫ້ທຸລະກິດຊາໃນປັດຈຸບັນເປັນທຸລະກິດທີ່ສ້າງອາຊີບຫຼັກໃຫ້ຄອບຄົວຂ້າພະເຈົ້າ ແລະ ອີກຫຼາຍໆຄອບຄົວລວມທັງຜູ້ເຖົ້າ ແລະ ເດັກນ້ອຍຕາມໆມາ.

ຜົນສຳເລັດ:

ກ່ອນສະພາບໂຄວິດປີ 2020 ຂ້າພະເຈົ້າໄດ້ຜະລິດ ແລະ ຂາຍຊາແຫ້ງຈໍານວນບໍ່ຕໍ່າກ່ວາ 5-7 ໂຕ່ນຕໍ່ປີ, ສ້າງລາຍຮັບເຖິງ 1.200.000.000 ກີບ - 1.600.000.000 ກີບ ຕໍ່ປີ.

ສ້າງໃຫ້ຜະລິດຕະພັນຊາໃຫ້ກາຍເປັນ 1 ໃນສິນຄ້າສົ່ງອອກທີ່ມີຊື່ສຽງຂອງ ສປປ ລາວ.

ສ້າງໃຫ້ຊາພູສັນ ແຂວງຊຽງຂວາງເປັນສິນຄ້າທໍາມະຊາດ, ປອດສານຜິດ, ຄຸນນະພາບມາດຕະຖານສາກົນ.

ຜະລິດຕະພັນ (ສິນຄ້າ) ແລະ ການບໍລິການ ຂອງທຸລະກິດ

ເປັນທຸລະກິດຜະລິດເພື່ອສົ່ງອອກເປັນຫຼັກ, ຮັບປະກັນສິນຄ້າປອດສານຜິດ 100% ດ້ວຍວິທີການຜະລິດປະສົມປະສານແບບບູຮານ ແລະ ທັນສະໄໝດ້ວຍການຈໍາໜ່າຍຫຼາຍໆຊ່ອງທາງເຊັ່ນ: ຂາຍຍົກ-ຂາຍຍ່ອຍ

ມີພະນັກງານວິຊາສະເພາະທີ່ມີສີມື

ມີບຸກຄະລາກອນພຽງພໍໃນການຜະລິດ

ຂາຍຍົກ-ຂາຍຍ່ອຍໄດ້ຕາມທີ່ລູກຄ້າຕ້ອງການ

ສິນຄ້າຂອງເຮົາ

1. ຊາເປັນສິນຄ້າທີ່ສໍາຄັນຂອງຫຼາຍໆປະເທດມານານນັບ 1000 ປີ.
2. ຊາພູສັນເປັນຊາທີ່ໄດ້ຄຸນນະພາບປອດສານຜິດ, ເກີດຕາມທໍາມະຊາດ, ຢູ່ເຂດພູສູງທຽບໃສ່ໜ້ານໍ້າທະເລ 2.600 m ຂື້້ນໄປ, ອຸນຫະພູມເຢັນເໝາະສົມ ເຊິ່ງເປັນຈຸດຂາຍທີ່ສໍາຄັນທີ່ສຸດ.
3. ຊາພູສັນເປັນຊາທີ່ແຊບທີ່ສຸດໃນລາວໃນເວລານີ້.

ຊອງທາງການຕິດຕໍ່

ສະຖານທີຕັ້ງ

ບ້ານ ສີໂພນໄຊ, ເມືອງ ແປກ, ແຂວງ ຊຽງຂວາງ